ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ​ ສຳເລັດ​ການ​ທົດ​ລອງ​ເຮລີກົບ​ແຕ ​ລຸ້ນ AC-352

     ສຳນັກ​ຂ່າວ​ຊິນ​ຮວາລາຍ ງານເມື່ອ​ບໍ່​ດົນຜ່ານມາວ່າ: ອົງການ​ຮ່ວມມື​ດ້ານອຸດສາຫະກຳການບິນຂອງ​ ຈີນ ປະສົບ​ຜົນສຳເລັດ​ໃນ​ການທົດ​ລອງ​ບິນ​​ເຮລີ
ກົບ​ແຕ​ຂະໜາດ​ກາງ ​ລຸ້ນ AC-352 ໄດ້​ຕາມ​ແຜນການ. ວິຊາ​ການ ແລະ ເຈົ້າ​ໜ້າທີ່​ການບິນ​ພົນ​ລະ​ເຮືອນ​ຢືນຢັນ​ວ່າ: AC-352 ໄດ້​ຮັບ​ການ​ທົດ​ສອບ
​ຂັ້ນ​ຕອນ​ສຸດ​​ທ້າຍ​ປີ​ນີ້ ໂດຍ​ກ່ອນ​ໜ້າ​ນີ້​ ​ບໍລິ ສັດ​ໄດ້​ມີ​ການ​ທົດ​ສອບ​ເຖິງ 87 ຈຸດ ໃນ​ນີ້ລວມ​ທັງ​ການ​ທົດ​ລອງ​ບິນ​ຂຶ້ນ-ລົງ​ແນວ​ຕັ້ງ, ຄວາມ​ສາມາດ​ໃນ​ການ
​ປະບັດ​ງານທຸກສະພາບ​ອາກາດ ຕາມ​ຫຼັກ​ການ​ຂອງ​ອົງການ ​ການບິນ​ແຫ່ງ​ຊາດ ​ສປ ຈີນ ເພື່ອ​ຫຼີກ​ລ່ຽງ​ສິ່ງ​ທີ່​ບໍ່​ຄາດ​ຄິດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ເວລາ​ປະຕິບັດ
​ງານ​ຕົວ​ຈິງ ໃນປັດຈຸ​ບັນ​ກໍຄື​ໃນ​ອະນາຄົດ ດັ່ງ​ນັ້ນ, ບໍລິສັດ​ຈຶ່ງ​ໄດ້​ທົດ​ລອງ​ບິນ​ດົນ​ເຖິງ 37,25 ຊົ່ວໂມງ. ເຮລີກົບ​ແຕ ​ລຸ້ນ AC-352 ສາມາດ​ບັນຈຸ​ຜູ້ໂດຍ
ສານ​ໄດ້ 16 ຄົນ ແລະ ມີ​ກຳລັງ​ແຮງ​ຍົກ​ເວລາ​ບິນ​ຂຶ້ນ 7,5 ໂຕນ ໃນຕົວຈິງເຮລີກົບ​ແຕ​ລຸ້ນ​ນີ້​ຕ້ອງ​ມີ​ຄວາມ​ສາມາດ​ຫຼາຍ​ກວ່າ​ນີ້​ອີກ ແຕ່​​ບໍລິສັດ​ບໍ່​ທັນ​ໄດ້​
ເປີດເຜີຍ​ເປັນ​ລາຍລັກ​ອັກສອນ.

     ເຖິງ​ຢ່າງ​ໃດ​ກໍ​ດີອີກ​ບໍ່​ດົນຈະ​ໄດ້​ເຫັນ​ເຮືອບິນລຸ້ນນີ້ໃນ​ງານ​ສະແດງ​ອຸດສາຫະກຳການບິນ​ນານາຊາດ​ຢ່າງ​ແນ່ນອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/09/2023